ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ຕ້ອງການ​ອາຍ​ແກັ​​ສ​ທົ່ວ​ໂລກ ມີ​ທ່າ​ອ່ຽງ​ຫຼຸດ​ລົງ

     ສຳນັກ​ຂ່າວ​ຫວຽດນາມ​ນິວ ລາຍ​ງານ​ວັນ​ທີ 12 ຕຸລາ ນີ້​ວ່າ: ວັນ​ທີ 11 ຕຸລາ, ອົງການພະລັງງານ​ສາກົນ (IEA) ເປີດເຜີຍ​ວ່າ: ຄວາມ​
ຕ້ອງການ ອາຍ​ແກັ​ສ ທົ່ວ​ໂລກ​ມີ​ທ່າ​ອ່ຽງ​ເຕີບ​ໂຕ​ຊ້າ​ລົງ ລະຫວ່າງ ປີ 2022-2026 ຫລັງ​ຈາກ​ຂະຫຍາຍຕົວ​ຢ່າງ​ເຂັ້ມແຂງ​ໃນ​ໄລຍະ​
ຜ່ານ​ມາ ແລະ ມີ​ສ່ວນ​ສົ່ງເສີມ​ການ​ເຕີບ​ໂຕ​ຂອງ​ຄວາມ​ຕ້ອງການ​ພະລັງງານ​ທົ່ວ​ໂລກ ປະມານ 40%.

     ຂະນະ​ທີ່​ການ​ນຳ​ໃຊ້ ອາຍ​ແກັ​ສ ໂດຍ​ລວມ​ໃນ​ຕະຫຼາດ ອາຊີ-ປາ​ຊີ​ຟິກ, ເອີ​ຣົບ ແລະ ອາ​ເມ​ຣິ​ກາ​ເໜືອ ມີ​ທ່າ​ອ່ຽງ​ຫລຸດ​ລົງ ຍ້ອນ​ຜົນ
​ຈາກ​ການ​ໃຊ້​ພະລັງງານ​ໝູນວຽນ ແລະ ມາດຕະຖານ​ປະສິດທິພາບ​ທາງ​ພະລັງງານ ​ທີ່​ພັດທະນາ​ດີ​ຂຶ້ນ ໂດຍ​ຕະຫຼາດ​ອາຊີ ທີ່​ເຕີບ​ໂຕ​ວ່ອງ
ໄວ ແລະ ກຸ່ມ​ປະເທດ​ແຫ່ງ​ອາຍ​ແກັ​ສ ໃນ​ອາ​ຟຣິກ​ກາ ແລະ ຕາເວັນ​ອອກ​ກາງ ຈະ​ເປັນ​ຜູ້ນຳ​ການ​ເຕີບ​ໂຕຂອງ​ຄວາມ​ຕ້ອງການ ອາຍ​ແກັ​ສ
ທົ່ວ​ໂລກ.

     ຂະນະ​ທີ່ ເອີ​ຣົບ ມີ​ທ່າ​ອ່ຽງ​ການ​ນຳ​ໃຊ້ ອາຍ​ແກັສ ຫລຸດ​ລົງ 5% ໃນ​ປີ​ນີ້, ສາເຫດ​ຫລັກ​ແມ່ນ​ຈາກ​ການ​ຊົມໃຊ້ ອາຍ​ແກັ​ສ ຫຼຸດ​ລົງ
ໃນ​ພາກ​ພະລັງງານ ເຊິ່ງ​ຫລຸດ​ລົງເກືອບ 15% ທ່າມກາງ​ການ​ຂະຫຍາຍຕົວ​ຢ່າງ​ວອງ​ໄວ​ຂອງ​ພະລັງງານ​ໝູນວຽນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/10/2023